Job Opportunities
ໂອກາດສຳລັບການສ້າງອາຊີບກັບພວກເຮົາ ໃນການສ້າງສັນ, ຮຽນຮູ້ ແລະ ພັດທະນາທີມງານ ເຂົ້າໃນວຽກງານການອະນຸລັກ ຢູ່ໃນ ສປປ ລາວ !
ມູນລະນິທິ ເສົາຫລາ ເພື່ອການອະນຸລັກພື້ນທີ່ເຂດສາຍພູຫລວງ (the Saola Foundation for Annamite Mountains Conservation) ເປັນອົງການທີ່ບໍ່ຫວັງຜົນກຳໄລ, ເປັນກຸ່ມວິຊາການ ແລະ ເປັນຜູ້ນຳໃນດ້ານອະນຸລັກທີ່ມີມຸ້ງໝັ້ນ ແລະ ເຂັ້ມແຂງ, ມີປະສົບການຫຼາຍທົດສະວັດໃນການສຳຫຼວດ ເສົາຫລາ ແລະ ສັດປ່າຕາມພື້ນທີ່ສາຍພູຫຼວງລະຫວ່າງ ລາວ ແລະ ຫວຽດນາມ. ປັດຈຸບັນທາງມູນລະນິທິກຳລັງການກະກຽມສ້າງແຜນງານ ແລະ ພັດທະນາວິທີການສະເພາະເພື່ອຊອກຫາ ເສົາຫລາ ຢ່າງເຕັມຮູບແບບ ໃນ ສປປ ລາວ, ວິທີການຈະຖືກນໍາໃຊ້ໃນໄລຍະການຄົ້ນຫາ ເສົາຫລາ ເຊິງປະກອບມີການນຳໃຊ້ໝາໃນການດົມກິ່ນຄົ້ນຫາ, ການແກະ (ຕິດຕາມ) ຮ່ອງຮອຍສັດປ່າ (ບໍ່ວ່າຈະເປັນມູນສັດ, ຮອຍຕີນ, ຮອຍການກິນພືດ ແລະ ອື່ນໆ), ແລະ ການນຳໃຊ້ ເຄື່ອງມີການກວດຫາທາດກຳມະພັນ (DNA) ແບບພົກພາໃນພາກສະຫນາມ (ຈາກມູນສັດ) ເຂົ້າໃນແຜນງານເພື່ອດໍາເນີນການຊອກຫາ ເສົາຫລາ ຢູ່ໃນ ສປປ ລາວ ເຊິງເປັນວິທີການໄຫ່ມ ທີ່ຈະຖືກໃຊ້ໃນວຽກງານອະນຸລັກຄັ້ງທຳອິດໃນ ສປປ ລາວ.
ພວກເຮົາກຳລັງຊອກຫາຜູ້ທີ່ມີຄວາມມັກຮັກ, ມີຄວາມສົນໃຈມີຄວາມຄາດຫວັງທີ່ຈະເຮັດວຽກໄລຍະຍາວ ແລະ ຢາກເປັນສ່ວນໜຶ່ງ ຂອງທີມງານອະນຸລັກເສົາຫລາ ແລະ ສາມະຊິກໃໝ່ໃນທີມງານຈະໄດ້ຖືກຝຶກອົບຮົມຢ່າງເປັນມືອາຊີບເພື່ອພັດທະນາດ້ານທັກສະຄວາມຮູ້ ເພື່ອຈະບັນຈຸໃສ່ທີມງານສຳຫຼວດພາກສະໜາມຊອກຫາເສົາຫລາ ໃນໄລຍະການຄົ້ນຫາຢ່າງເຂັ້ມຂຸ້ມ.

ເສົາຫລາ – Saola Pseudoryx nghetinhensis
ຂໍ້ມູນເພິີ່ມຕື່ມກ່ຽວກັບເສົາຫລາ www.saolafoundation.org/saola-status

ການນຳໃຊ້ໝາດົມກີ່ນ – Conservation Detection Dog

ການແກະຮ່ອງຮອຍ ສັດປ່າ – Animal Tracking
ຕຳແໜ່ງເປີດຮັບສະໝັກ – Job Vacancies

ຫົວໜ້າທີມງານໝາ Detection Dog Team Leader

ຫົວໜ້າທີມງານພາກສະໜາມ (ບໍລິຄຳໄຊ) Bolikhamxay Team Leader

ຜູ້ຊ່ວຍ ດ້ານວິຊາການ ແລະ ທົ່ວໄປ

ນັກແກະຮ່ອງຮອຍສັດ Animal Tracker

ຜູ້ຊ່ວຍສ້າງສື່ໂຄສະນາ Media / Comms Assistant
ລາຍລະອຽດກ່ຽວກັບຕຳແໜ່ງ ໜ້າທີ່, ທັກສະ ຄຸນສົມບັດ ແລະ ຜົນປະໂຫຍດ ແລະ ແບບຟອມ ວິທີການສະໝັກ (ກົດ ຊ່ອງທາງການສະໝັກ ດ້ານລຸ່ມ)